Thursday 22 September 2011

ພຣະໄຕຣປິດົກ ຄືຫຍັງ ?

໑. ພຣະໄຕຣປິດົກ ຄືຫຍັງ ?

- ພຣະໄຕຣປິດົກ ຄື ແມ່ນຄຳພີທີ່ຣວບຣວບເອົາພຸດທະວະຈະນະຂອງພຣະພຸດທະເຈົ້າ ແລະອະຣິຍະສົງຂອງ ພຣະພຸດທະທະເຈົ້າໄວ້ເປັນໝວດໝູ່.

ກ. ຄຳວ່າພຣະໄຕຣປິດົກ ມີ ຢູ່ ໓ ຄຳ ຄື.
- ພຣະ ແປວ່າ ປະເສີດ ຫຼືດີງາມ ຫຼືຈະເຣີນງອກງາມ.
- ໄຕຣ ມາຈາກ ຕຣີ ແປວ່າ ໓.
- ປິດົກ ແປວ່າ ກະຕ່າ ຫຼືວ່າຄຳພີຣ໌ (ຄຳພີຣ໌ ໝາຍເຖິງຕາຣາ ທີ່ຖືກຣວບຣວມຂຶ້ນ) ສ່ວນຄຳວ່າ "ກະຕ່າ" ໝາຍເຖິງ ເຄື່ອງ ຮອງຮັບ, ຫຼືເຄື່ອງບັນຈຸ ພຣະທຳຄຳສອນ (ທັມ-ວິໄນຍ) ຫຼືພຸດທະວະຈະນະ ຂອງອົງສົມເດັດພຣະສັມມາ ສັມພຸດທະເຈົ້າໄວ້ເປັນໝວດໝູ່ ບໍ່ໃຫ້ກະແຈກກະຈາຍ ເໝືອນກັບກະຕ່າທີ່ໄວ້ໃສຂ່ອງ ຫຼືສິ່ງຂອງທີ່ມີຄ່າບໍ່ໃຫ້ຕົກ ເຮັ່ຍເສັຍຫາຍນັ້ນເອງ.

ຂ. ຄຳວ່າພຣະໄຕີປິດົກ ຈຶ່ງໝາຍເຖິງເຄື່ອງຮອງຮັບ ຫຼືເຄື່ອງບັນຈຸພຣະທັມວິໄນຍ໌(ພຸດທະວະຈະນະ) ຂອງອົງສົມເດັດ ພຣະສັມມາສັມພຸດທະເຈົ້າ.